Find Posts By Topic

ແຜນງານການຂົນສົ່ງຂອງເມືອງ SEATTLE (SEATTLE TRANSPORTATION PLAN)| ປະກາດແຈ້ງກ່ຽວກັບຄູ່ຮ່ວມງານໃນຊຸມຊົນຂອງພວກເຮົາ ແລະ ຈຸດເລີ່ມຕົ້ນຂອງການມີສ່ວນຮ່ວມຂອງປະຊາຊົນ

ທີ່ພະແນກຂົນສົ່ງຂອງເມືອງ Seattle (Seattle Department of Transportation ຫຼື SDOT) ພວກເຮົາກຳລັງເລີ່ມຕົ້ນໃຫ້ຊຸມຊົນມີສ່ວນຮ່ວມໃນການພັດທະນາແຜນງານການຂົນສົ່ງຂອງເມືອງ Seattle (STP).

“One Seattle ໝາຍເຖິງການຮັບປະກັນວ່າທຸກຊຸມຊົນມີສິດມີສຽງໃນການກຳນົດອະນາຄົດຂອງເມືອງຂອງພວກເຮົາ ແລະ ວິທີການເດິນທາງສັນຈອນໃນເມືອງຂອງພວກເຮົາ. ພວກເຮົາກຳລັງຮ່ວມມືກັບອົງການຈັດຕັ້ງໃນຊຸມຊົນ, ຜູ້ທີ່ມີຄວາມສຳພັນກັບຊຸມຊົນທີ່ເຂົາເຈົ້າໃຫ້ບໍລິການຢູ່ກ່ອນແລ້ວ, ເພື່ອຮັບຟັງຄຳຄິດເຫັນ ແລະ ຮັບປະກັນວ່າແຜນງານການຂົນສົ່ງຂອງເມືອງ Seattle ຂອງພວກເຮົາສະທ້ອນໃຫ້ເຫັນເຖິງຄ່ານິຍົມ ແລະ ຄວາມຕ້ອງການຂອງທຸກຄົນ. ນີ້ເປັນໂອກາດທີ່ພວກເຮົາຮ່ວມກັນຈະກຳນົດເຄືອຂ່າຍການຂົນສົ່ງ ແລະ ສູນກາງຄວາມປອດໄພ, ຄວາມສະເໝີພາບ, ການເຂົ້າເຖິງໄດ້ ແລະ ໂອກາດຕ່າງໆຂອງພວກເຮົາຂຶ້ນມາໃໝ່. ທາງເມືອງ Seattle ຂໍເຊີນທ່ານເຂົ້າຮ່ວມກັບເຮົາໃນການຈິນຕະນາການຄືນໃໝ່ເຖິງວິທີທີ່ທ່ານໄປເຮັດວຽກ, ເດີນທາງໄປຫາບຸກຄົນໃດໜຶ່ງທີ່ທ່ານຮັກ ຫຼື ເຂົ້າໂຮງຮຽນ; ວິທີທີ່ພວກເຮົາຂັບເຄື່ອນການຄະມະນາຄົມ ແລະ ຂົນສົ່ງສິນຄ້າຢ່າງມີປະສິດທິພາບ; ວິທີທີ່ພວກເຮົາໃຊ້ເວລາເພີດເພີນໃນພື້ນທີ່ສາທາລະນະ ແລະ ອື່ນໆອີກຫຼາຍຢ່າງ.” – Mayor Bruce Harrell

ແຜນນີ້ຈະກຳນົດວິໄສທັດໃໝ່ສຳລັບອະນາຄົດຂອງຖະໜົນ ແລະ ພື້ນທີ່ສາທາລະນະຂອງພວກເຮົາ. ພວກເຮົາຈະຮ່ວມກັນຈິນຕະນາການຄືນໃໝ່ເຖິງວິທີທີ່ພວກເຮົາເດີນທາງສັນຈອນ ແລະ ເພີດເພີນກັບຖະໜົນຂອງເມືອງ Seattle. 

ແຜນດັ່ງກ່າວຍັງເປັນຄວາມມຸ່ງໝັ້ນໂດຍລວມຂອງພວກເຮົາ ໃນນາມຂອງເມືອງຕໍ່ກັບລະບົບການຂົນສົ່ງທີ່ສະເໝີພາບທາງດ້ານເຊື້ອຊາດ ແລະ ສັງຄົມ ທີ່ຕອບສະໜອງຄວາມຕ້ອງການຂອງທຸກຄົນເຊັ່ນກັນ ເຊິ່ງເຊື່ອມຕໍ່ເຮົາທຸກຄົນຢ່າງປອດໄພ ແລະ ມີປະສິດທິພາບເພື່ອເດີນທາງໄປທີ່ສະຖານທີ່ສຳຄັນທີ່ສຸດ. 

ພວກເຮົາ ກຳລັງຮ່ວມມືກັບອົງການຈັດຕັ້ງໃນຊຸມຊົນ ຜູ້ທີ່ມີຄວາມສຳພັນກັບຊຸມຊົນທີ່ເຂົາເຈົ້າໃຫ້ບໍລິການຢູ່ກ່ອນແລ້ວ  ເພື່ອຮັບຟັງຄຳຄິດເຫັນ ແລະ ຮັບປະກັນວ່າແຜນງານການຂົນສົ່ງນີ້ສະທ້ອນໃຫ້ເຫັນເຖິງຄ່ານິຍົມ ແລະ ຄວາມຕ້ອງການຂອງທຸກຄົນ.  ພວກເຮົາມີຄວາມຍິນດີເປັນຢ່າງຍິ່ງທີ່ຈະປະກາດກ່ຽວກັບຄວາມຮ່ວມມືຂອງພວກເຮົາກັບອົງການຈັດຕັ້ງທີ່ຍອດຍ່ຽມເຫຼົ່ານີ້.

ພັນທະມິດແຮງງານອາຊີປາຊີຟິກອາເມລິກາ (Asian Pacific American Labor Alliance):

 “ພັນທະມິດແຮງງານອາຊີປາຊີຟິກອາເມລິກາ (APALA), AFL-CIO ສາຂາ Seattle ຮູ້ສຶກຕື່ນເຕັ້ນທີ່ໄດ້ເປັນຄູ່ຮ່ວມງານກັບພະແນກຂົນສົ່ງເມືອງ Seattle. ພວກເຮົາເລັງເຫັນເຖິງຂະບວນການວາງແຜນທີ່ຮວມເອົາບໍ່ແມ່ນສະເພາະແຕ່ຊາວເມືອງ Seattle ເທົ່ານັ້ນ ແຕ່ຍັງຮວມເຖິງຊົນຊັ້ນຜູ້ອອກແຮງງານເຊັ່ນກັນ. ມີຫຼາຍຄົນທີ່ເຮັດວຽກໃນເມືອງແມ່ນບໍ່ໄດ້ອາໄສຢູ່ໃກ້ກັບບ່ອນທີ່ເຂົາເຈົ້າເຮັດວຽກ ແລະ ຕ້ອງເພິ່ງພາລົດໂດຍສານສາທາລະນະ. ຜູ້ອອກແຮງງານນັບມື້ຍິ່ງຖືກຍູ້ດັນອອກໄປນອກຕົວເມືອງຢ່າງຫຼາຍຂຶ້ນ ເນື່ອງຈາກຄ່າຄອງຊີບທີ່ສູງຂຶ້ນ.  ພວກເຮົາຈະເຮັດວຽກກັບຊຸມຊົນ ແລະ ຄູ່ຮ່ວມງານຂອງພວກເຮົາດ້ານແຮງງານ ເພື່ອຍົກລະດັບການມີສິດມີສຽງຂອງຜູ້ອອກແຮງງານທີ່ເປັນຄົນຜິວສີ ແລະ ຊຸມຊົນຜູ້ດ້ອຍໂອກາດ ຜູ້ທີ່ຖືກບັງຄັບໃຫ້ຍ້າຍຖິ່ນຖານໃນຂະນະທີ່ເມືອງ Seattle ຂະຫຍາຍຕົວ. ຄວາມຈຳເປັນໃນການໃຊ້ລົດໂດຍສານສາທາລະນະທີ່ເຊື່ອຖືໄດ້ ແລະ ລາຄາບໍ່ແພງນັ້ນແມ່ນສິ່ງສຳຄັນໃນການຮັບປະກັນວ່າຊຸມຊົນຂອງພວກເຮົາສາມາດເຂົ້າເຖິງວິທີການທຳມາຫາກິນຂອງເຂົາເຈົ້າໄດ້ໃນທຸກຊົ່ວໂມງ.” – ທ່ານ Eunice How ປະທານ APALA Seattle Chapter.

ການຮ່ວມມືໃນພື້ນທີ່ສ່ວນກາງ (Central Area Collaborative):

“ວິໄສທັດດ້ານຍຸດທະສາດໃນການຮ່ວມມືໃນພື້ນທີ່ສ່ວນກາງ ຮວມເອົາກອບການເຮັດວຽກໃນທ້ອງທີ່ເພື່ອສິ່ງແວດລ້ອມ (EcoDistrict) ເພື່ອໃຫ້ຊຸມຊົນຄົນຜິວສີບໍ່ຖືກເບິ່ງຂ້າມ ຫຼື ບໍ່ໄດ້ຮັບຄວາມສົນໃນຢ່າງຈິງຈັງ. ພາຍໃຕ້ຂໍ້ກຳນົດໃນວົງກວ້າງຂອງການປົກປ້ອງສະພາບດິນຟ້າອາກາດ, ພວກເຮົາເລືອກເຮັດວຽກກັບໂຄງການນີ້ເພື່ອດຳເນີນການດ້ານການເປັນປາກເປັນສຽງໂດຍລວມ ແລະ ຄວາມຕ້ອງການຂອງຊຸມຊົນຂອງພວກເຮົາພາຍໃນຂອບເຂດຂອງການຄະມະນາຄົມຂົນສົ່ງ. ໃນຖານະທີ່ເປັນຊຸມຊົນ, ຜູ້ສະໜັບສະໜູນ ແລະ ຜູ້ປະຕິບັດງານດ້ານຂໍ້ກຳນົດດ້ານສິ່ງແວດລ້ອມ, ພວກເຮົາລໍຄອຍທີ່ຈະຊ່ວຍເຫຼືອດ້ານນະໂຍບາຍ, ແນວທາງການປະຕິບັດ ແລະ ການປຶກສາຫາລືທິ່ຫຼາຍຄັ້ງທີ່ຊຸມຊົນ BIPOC ຂອງເຮົາແມ່ນຖືກລະເລີຍ. ນີ້ແມ່ນໂອກາດທີ່ດີເລີດທີ່ເຮົາຈະໄດ້ມານັ່ງຮ່ວມໂຕະຢ່າງສະເໝີພາບ ແລະ ມີໂອກາດເວົ້າໃຫ້ທຸກຄົນໄດ້ຍິນດ້ວຍຄວາມເຄົາລົບ.” – ທ່ານ Dennis Comer, ຜູ້ອຳນວຍການບໍລິຫານ ຂອງ Central Area Collaborative

ສະມາຄົມເພື່ອຄວາມຍືນຍົງຂອງ Duwamish Valley (DVSA):

DVSA ອະທິບາຍວ່າ, “ຈຸດສຸມຂອງອົງການຈັດຕັ້ງຂອງພວກເຮົາແມ່ນຄົນໄວໜຸ່ມຂອງເຮົາ ແລະ ເຂົາເຈົ້າແມ່ນດາວເດັ່ນຂອງໂຄງການຂອງພວກເຮົາ.” ເຄດິດຮູບຖ່າຍ: DVSA.

“ໂດຍການຝຶກອົບຮົມຄົນໄວໜຸ່ມຂອງພວກເຮົາກ່ຽວກັບວິທີການມີສ່ວນຮ່ວມຂອງຊຸມຊົນ, ສະມາຄົມຄວາມເພື່ອຍືນຍົງຂອງ Duwamish Valley (DVSA) ຈະສ້າງຄວາມອາດສາມາດ ແລະ ຍົກລະດັບການເປັນປາກເປັນສຽວຂອງໍຸມມຊົມ Duwamish Valley ໃນການກຳນົດຮູບແບບແຜນງານການຂົນສົ່ງຂອງເມືອງ Seattle. ຄຽງຄູ່ໄປກັບຊຸມຊົນຂອງພວກເຮົາ, ພວກເຮົາຈະເລັງເຫັນແນວທາງການແກ້ໄຂບັນຫາທີ່ພວກເຮົາພົບພໍ້ ແລະ ໃຫ້ຄຳແນະນຳກ່ຽວກັບແຜນງານສຳຄັນນີ້ ເຊິ່ງຈະນຳໄປສູ່ການພັດທະນາແບບຍືນຍົງຂອງຊຸມຊົນຂອງພວກເຮົາ.” – ສະມາຄົມເພື່ອຄວາມຍືນຍົງຂອງ Duwamish Valley

ຊຸມຊົນຂະເໝນຂອງເມືອງ Seattle ໃນ King County:

“ຊຸມຊົນຂະເໝນຂອງເມືອງ Seattle ໃນ King County (KCSKC) ຮູ້ສຶກຂອບໃຈສຳລັບໂອກາດທີ່ຈະນຳເອົາທັດສະນະຂອງຊຸມຊົນຂະເໝນ/ກຳປູເຈຍ ມາໃຊ້ກັບແຜນງານການຂົນສົ່ງໃນເມືອງ Seattle ຂອງ SDOT ໃນລັກສະນະທີ່ໃຫ້ຄວາມເຄົາລົບ, ເປັນການແລກປ່ຽນ ແລະ ເຮັດໃຫ້ສະມາຊິກໃນຊຸມຊົນຂອງພວກເຮົາມີຄຸນຄ່າ. ພວກເຮົາຫວັງຢ່າງຍິ່ງທີ່ຈະໄດ້ນຳຮ່ອງແນວທາງການມີສ່ວນຮ່ວມຂອງຊຸມຊົນທີ່ເປັນນະວັດຕະກຳໃໝ່ທີ່ເປັນສູນກາງວັດທະນະທຳຂະເໝນ, ຈັດລຳດັບຄວາມສຳຄັນໃນການສ້າງສາຍພົວພັນ ແລະ ລົງທຶນໃນສະຫວັດດີການທີ່ດີຂອງຜູ້ເຖົ້າຜູ້ແກ່ ແລະ ຊາວໜຸ່ມຂະເໝນຂອງພວກເຮົາ. ການປະສານແງ່ມຸມໃນການມີສ່ວນຮ່ວມຂອງພົນລະເມືອງໃນໂປຣແກຣມທີ່ມີຢູ່ກ່ອນແລ້ວຂອງພວກເຮົາ ຊ່ວຍໃຫ້ເຮົາເພີ່ມຂີດຄວາມສາມາດຂອງພວກເຮົາ ແລະ ຜົນກະທົບຂອງເຮົາໃນຊຸມຊົນຂະເໝນໃນວົງກວ້າງຂຶ້ນ.” – ຊຸມຊົນຂະເໝນໃນເມືອງ Seattle ໃນ King County (KCSKC)

ມໍລະດົກຄວາມເປັນຜູ້ນຳ ແລະ ການຈັດຕັ້ງທີ່ສະເໝີພາບ (Legacy of Equality Leadership and Organizing ຫຼື LELO):

“ພວກເຮົາຫວັງຢ່າງຍິ່ງທີ່ຈະໄດ້ເຂົ້າຮ່ວມໃນໂຄງການນີ້ ແລະ ປະກອບສ່ວນໃນຄວາມພະຍາຍາມຂອງເມືອງໃນການຮວມເອົາສຽງຂອງຊຸມຊຸນທີ່ໃນອະດີດຖືກປະຖິ້ມໃນການຕັດສິນໃຈ ແລະໃນ ຂະບວນການຕ່າງໆຂອງເມືອງ.  ການຄະມະນາຄົມຂົນສົ່ງແມ່ນເປັນບັນຫາສຳຄັນສຳລັບຄົນຢູ່ໃນຊົນຊັ້ນແຮງງານຂອງພວກເຮົາ, ໂດຍສະເພາະຢ່າງຍິ່ງຜູ້ມີລາຍໄດ້ຕ່ຳ, ແມ່ຍິງ, ຜູ້ອົບພະຍົບ ແລະ ຜູ້ລີ້ໄພ.  ຄວາມກັງວົນ ແລະ ຄວາມຄິດເຫັນຂອງເຂົາເຈົ້າແມ່ນສຳຄັນ ແລະ ເຂົາເຈົ້າສາມາດປະກອບສ່ວນເຂົ້າໃນການພັດທະນາ  ການປັບປຸງຢ່າງຕໍ່ເນື່ອງໃນລະບົບການຄະມະນາຄົມຂົນສົ່ງໃນເມືອງຂອງພວກເຮົາ.  ຂໍຂອບໃຈສຳລັບໂອກາດນີ້.” – Cindy Domingo, LELO

Smash the Box:

Smash the Box ແມ່ນບໍລິສັດດ້ານການວາງຜັງເມືອງ ແລະ ອອກແບບຕົວເມືອງທີ່ຂັບເຄື່ອນດ້ວຍຊຸມຊົນຫຼາກຫຼາຍວິຊາອາຊີບ ເຊິ່ງຕັ້ງຢູ່ໃນເມືອງ Seattle ລັດວໍຊິງຕັນ. ຈຸດສຸມຂອງພວກເຮົາແມ່ນກ່ຽວກັບຄວາມສະເໝີພາບ ແລະ ສຸຂະພາບ.

We Become and Sea Potential

 “We Become and Sea Potential ກຳລັງຮ່ວມກັນສ້າງພື້ນທີ່ສຳລັບຊາວໜຸ່ມໃນທ້ອງທີ່ທາງໃຕ້ຂອງເມືອງ Seattle ເພື່ອເລັງເຫັນອະນາຄົດຂອງພາກພື້ນ ແລະ ສະແດງອອກເຖິງວິໄສທັດທີ່ມີລັກສະນະສ້າງສັນຂອງເຂົາເຈົ້າຕາມຂອບເຂດຜ່ານງານສິນລະປະ ແລະ ຄວາມເປັນຈິງສະເໝືອນຂອງເຂົາເຈົ້າ. ຄວາມຄ່ອງຕົວ ແລະ ການເດີນທາງສັນຈອນໃນເມືອງແມ່ນພື້ນຖານສຳລັບການເຂົ້າເຖິງອາຊີບ ແລະ ພື້ນທີ່ສີຂຽວ, ການເຊື່ອມຕໍ່ກັບຊຸມຊົນ ແລະ ຄວາມເປັນຢູ່ທີ່ດີໂດຍລວມ. ບັນດາຊາວໜຸ່ມກຳລັງສືບທອດອະນາຄົດທີ່ສ້າງຂຶ້ນດ້ວຍນະໂຍບາຍໃນປັດຈຸບັນ, ສະນັ້ນມັນຈິ່ງເປັນເລື່ອງຍຸດຕິທຳແລ້ວທີ່ສຽງຂອງເຂົາເຈົ້າຈະໄດ້ຖືກຂະຫຍາຍອອກໄປໃນຂະບວນການຂອງການວາງແຜນ. ຂ້ອຍຕື່ນເຕັ້ມທີ່ຈະໄດ້ເຫັນຄວາມຄິດ ແລະ ຄວາມເປັນໄປໄດ້ທີ່ຈະເກີດຂຶ້ນພ້ອມກັນດ້ວຍທ່າແຮງເພື່ອສ້າງລະບົບຂົນສົ່ງທີ່ມີຄວາມສະເໝີພາບ ແລະ ຍຸດຕິທຳຫຼາຍຂຶ້ນທ່າມກາງການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ພູມສັນຖານໃນຕົວເມືອງທີ່ປ່ຽນແປງໄປ.” – ທ່ານ Emily Wright ຜູ້ກໍ່ຕັ້ງ We Become; ເປັນຜູ້ຮ່ວມງານກັບ Ebony Welborn ແລະ ທ່ານ Savannah Smith ຜູ້ຮ່ວມກໍ່ຕັ້ງ Sea Potential

ຫໍສະຫມຸດຂອງ Estelita (Estelita’s Library)

“ຫໍສະໝຸດຂອງ Estelita ແມ່ນຫໍສະໝຸດ ແລະ ຮ້ານຂາຍປຶ້ມທີ່ເປັນຊຸມຊົນຍຸດຕິທຳທີ່ນຳເອົາປຶ້ມ, ສິນລະປະ, ວັດທະນະທຳ ແລະ ຊຸມຊົນມາຮວມກັນເພື່ອຈຸດປະສົງຂອງການຍົກສູງ, ການປິ່ນປົວ ແລະ ບໍລິການຜູ້ດ້ອຍໂອກາດທີ່ສຸດໃນບັນດາພວກເຮົາ. ພວກເຮົາຮູ້ສຶກທັງຂອບໃຈ ແລະ ຖ່ອມຕົວທີ່ໄດ້ເປັນພາຫະນະທີ່ຊຸມຊົນຂອງພວກເຮົາມີສິດມີສຽງໃນການປາກເວົ້າກ່ຽວກັນອະນາຄົດສ່ວນລວມຂອງພວກເຮົາ. ພວກເຮົາຕື່ນເຕັ້ນທີ່ຈະໃຫ້ພື້ນທີ່ສຳຄັນເພື່ອການຮຽນຮູ້ ແລະ ການປະຕິບັດໃນຂະນະທີ່ໃຊ້ປະໂຫຍດຈາກຄວາມຮູ້ຂອງຊຸມຊົນ. ເປົ້າໝາຍຂອງພວກເຮົາແມ່ນການມີສ່ວນຮ່ວມກັບຊຸມຊົນໂດຍການພັດທະນາ ແລະ ການນຳໃຊ້ກອບການເຮັດວຽກທີ່ຊ່ວຍໃຫ້ການຮຽນຮູ້ ແລະ ການສຶກສາເປັນກົນໄກໃນການປ່ຽນແປງທີ່ຍືນຍົງ. ດ້ວຍການສຸມໃສ່ສິ່ງນີ້, ສຽງ ແລະ ຄຳຄິດເຫັນທີ່ໄດ້ຈາກຊຸມຊົນຈະບໍ່ຢຸດຢູ່ທີ່ການມີສ່ວນຮ່ວມໃນຈຸດນີ້ ແລະ ສາມາດເປັນສູງກາງການສຶກສາຂອງຊຸມຊົນເພື່ອເປັນແນວທາງການພັດທະນາ ແລະ ການວາງແຜນແບບຍືນຍົງໃນອະນາຄົດ.” – ຫໍສະຫມຸດຂອງ Estelita

ໃນການພັດທະນາແຜນ STP ໄປນຳກັນ ພວກເຮົາຈະ:

ຮັບຟັງຄຳຄິດເຫັນຂອງທ່ານເພື່ອຮວບຮວມເອົາວິໄສທັດດ້ານການຄະມະນາຄົມຂົນສົ່ງຂອງພວກເຮົາຂຶ້ນມາໃໝ່.

ລະບົບການຂົນສົ່ງຂອງເມືອງ Seattle ຮວມທັງຖະໜົນ, ທາງຍ່າງ, ຂົວ, ທາງຂັ້ນໄດ, ລົດເມ, ເສັ້ນທາງ ແລະ ທາງຕ່າງໆ, ລົດລາງ, ລົດໄຟ, ເຮືອຂ້າມຟາກ, ເລນລົດຖີບ, ບ່ອນຂ້າມທາງ, ພື້ນທີ່ສາທາລະນະເຊັ່ນ: ຄາເຟ່ແຄມທາງ ແລະ ມ້ານັ່ງ ແລະ ອື່ນໆອີກຫຼາຍຢ່າງ. ມາຮ່ວມກັນຕອບຄຳຖາມ: ລະບົບນີ້ຈະຕອບສະໜອງຄວາມຕ້ອງການຂອງທ່ານໄດ້ດີທີ່ສຸດແນວໃດ?

ແຜນ STP ຈະເປັນວິໄສທັດສຳລັບອະນາຄົດຂອງລະບົບຄະມະນາຄົມຂົນສົ່ງຂອງພວກເຮົາໃນເມືອງ Seattle, ເຊິ່ງສະທ້ອນໃຫ້ເຫັນເຖິງສິ່ງທີ່ພວກເຮົາໄດ້ເຫັນ ແລະ ໄດ້ຍິນຈາກທ່ານ. ພວກເຮົາຈະສ້າງຄວາມສຳພັນ ແລະ ຮັບຟັງຜູ້ຜ່ານມາບໍ່ເຄີຍນັ່ງຮ່ວມໂຕະໃນການວາງແຜນການຂົນສົ່ງມາກ່ອນຢ່າງຕັ້ງໃຈ ເພື່ອກຳນົດລະບົບຄະມະນາຄົມຂົນສົ່ງຂອງພວກເຮົາໃນອະນາຄົດ. ແຜນນີ້ຮວມເຖິງຄົນທີ່ຍັງປະສົບກັບຄວາມບໍ່ເທົ່າທຽມກັນທີ່ສຸດໃນເລື່ອງການຄະມະນາຄົມຂົນສົ່ງ – ເຊັນຄົນຜິວດຳ, ຊົນຊາວພື້ນເມືອງ ແລະ ຄົນທີ່ຢູ່ໃນຊຸມຊົນຄົນຜິວສີ; ຄົນທີ່ມີຖານະຍາກຈົນ; ຊຸມຊົນຄົນອົບພະຍົບ ແລະ ຄົນທີ່ບໍ່ເວົ້າພາສາອັງກິດຢູ່ເຮືອນ; ຄົນໜຸ່ມ; ຄົນສູງອາຍຸ ແລະ ຄົນທີ່ມີຄວາມພິການຕ່າງໆ.

ວາງແຜນສຳລັບປະຊາຊົນເປັນລຳດັບທຳອິດ ເພື່ອເຊື່ອມຕໍ່ທ່ານກັບສະຖານທີ່ຕ່າງໆໃນເມືອງ Seattle ທີ່ສຳຄັດທີ່ສຸດກັບທ່ານ. ແຜນນີ້ຮວມເຖິງບ່ອນເຮັດວຽກ ຫຼື ໂຮງຮຽນຂອງທ່ານ, ຮ້ານຂາຍເຄື່ອງຍ່ອຍໃນທ້ອງຖິ່ນຂອງທ່ານ ຫຼື ສູນກາງຂອງຊຸມຊົນ ຫຼື ຢູ່ເຮືອນ ແລະ ພື້ນທີ່ຊຸມນຸມຂອງຄົນທີ່ທ່ານຮັກ.

ແຜນ STP ຈະ ຮັບຮູ້ເຖິງຄວາມສຳຄັນທີ່ລະບົບຄະມະນາຄົມຂົນສົ່ງຂອງພວກເຮົາມີຕໍ່ການດຳລົງຊີວິດ, ການເດີນທາງສັນຈອນ, ການເຊື່ອມຕໍ່ ແລະ ການຈະເລີນເຕີບໂຕຂອງພວກເຮົາ. ແນ STP ຈະຊີ້ນຳເຮົາໃນການສ້າງລະບົບຄະມະນາຄົມຂົນສົ່ງທີ່ມີປະສິດທິພາບ, ປອດໄພ ແລະ ມີມະນຸດເປັນສູນກາງ – ເປັນລະບົບທີ່ນຳຄວາມສຸກ, ຄວາມສະບາຍໃຈ, ແລະ ທາງເລືອກວ່າທ່ານຈະໄປເດີນທາງໄປທີ່ສະຖານທີ່ສຳຄັນທີ່ສຸດສຳລັບທ່ານແນວໃດ.

ຍຶດໝັ້ນໃນຄ່ານິຍົມອັນໝັ້ນຄົງຂອງພວກເຮົາ, ໃນຂະນະທີ່ຕອບສະໜອງຊ່ວງເວລາສຳຄັນດ້ວຍການມີສ່ວນຮ່ວມທີ່ກວມລວມ ເພື່ອສ້າງວິໄສທັດຮ່ວມກັນ. 

ແຜນ STP ຈະມີພື້ນຖານມາຈາກ ວິໄສທັດ, ພາລະກິດ, ຄ່ານິຍົມ ແລະ ເປົ້າໝາຍຂອງ SDOT – ເຊິ່ງເປັນຮາກຖານສຳລັບຂະບວນການວາງແຜນ – ແລະ ສ້າງຈາກແຜນງານທີ່ມີຢູ່ກ່ອນແລ້ວ ແລະ ແຜນການອັບເດດທີ່ກວມລວມຂອງເມືອງ Seattle. ໃນຂະນະດຽວກັບ ແຜນດັ່ງກ່າວຈະ ຕອບສະໜອງຄວາມຈຳເປັນທີ່ຮີບດ່ວນດ້ານສະພາບດິນຟ້າອາກາດ, ຄວາມເທົ່າທຽມກັນ ແລະ ຄວາມປອດໄພຂອງພວກເຮົາ, ນຳສະເໜີແນວທາງການແກ້ໄຂບັນຫາທີ່ທ້າທາຍທີ່ຍາກທີ່ສຸດຂອງພວກເຮົາ ແລະ ສະທ້ອນໃຫ້ເຫັນເຖິງແຮງບັນດານໃຈຂອງຊຸມຊົນໃນການສ້າງວິໄສທັດທີ່ກວມລວມ.

ກະລຸນາເຂົ້າຮ່ວມນຳພວກເຮົາ.