Find Posts By Topic

ແຜນງານການຂົນສົ່ງຂອງເມືອງ Seattle | ວິທີການເພີ່ມເຕີມສຳລັບທ່ານເພື່ອແບ່ງປັນຄວາມຄິດຂອງທ່ານກັບພວກເຮົາໃນໄລຍະທີ 2

ບົດສະຫຼຸບ

  • ແຜນງານການຂົນສົ່ງຂອງເມືອງ Seattle (STP) ແມ່ນຄວາມມຸ່ງໝັ້ນຂອງເຮົາເພື່ອການສ້າງລະບົບການຂົນສົ່ງທີ່ໃຫ້ທຸກຄົນສາມາດເຂົ້າເຖິງທາງເລືອກທີ່ປອດໄພ, ມີປະສິດທິພາບ ແລະ ລາຄາບໍ່ແພງໃນການເຂົ້າເຖິງສະຖານທີ່ ແລະ ໂອກາດຕ່າງໆ. ພວກເຮົາຕ້ອງການຄວາມຊ່ວຍເຫຼືອຈາກທ່ານເພື່ອສ້າງແຜນງານນີ້.
  • ພວກເຮົາກຳລັງຈິນຕະນາການຮ່ວມກັນເຖິງວິທີທີ່ພວກເຮົາເດີນທາງສັນຈອນໄປໃນເມືອງ ແລະ ເພີດເພີນໄປກັບຖະໜົນຫົນທາງແລະ ພື້ນທີ່ສາທາລະນະຂອງພວກເຮົາ.
  • ພວກເຮົາໄດ້ຟັງສິ່ງທີ່ທ່ານໄດ້ແບ່ງປັນກັບພວກເຮົາໃນໄລຍະທຳອິດຂອງການມີສ່ວນຮ່ວມ ແລະ ໄດ້ເລີ່ມຕົ້ນການວາງແຜນ. ກະລຸນາບອກພວກເຮົາວ່າພວກເຮົາມາຖືກທາງແລ້ວ ແລະ ແບ່ງປັນຄວາມຄິດເຫັນຂອງທ່ານທີ່ ສູນກາງການມີສ່ວນພົວພັນອອນລາຍ
  • ພວກເຮົາໄດ້ເພີ່ມວິທີການເພີ່ມເຕີມໃຫ້ແກ່ທ່ານເພື່ອຊ່ວຍສ້າງ STP ກັບພວກເຮົາ:  
    • ທົບທວນວິໄສທັດ, ເປົ້າໝາຍ ແລະ ຈຸດປະສົງຂອງ STP
    • ແບ່ງປັນອະນາຄົດຂອງການຂົນສົ່ງທີ່ທ່ານຢາກເຫັນ
    • ບອກພວກເຮົາວ່າທ່ານມັກການດຳເນີນການໃດ ແລະ ການດຳເນີນການເຫຼົ່ານັ້ນຈະເປັນສ່ວນໜຶ່ງຂອງລະບົບການຂົນສົ່ງໄດ້ແນວໃດ
  • ຫ້ອງການແຜນງານ ແລະ ການພັດທະນາຊຸມຊົນ (OPCD) ຍັງຂໍຄວາມຊ່ວຍເຫຼືອຈາກທ່ານເຊັ່ນກັນໃນການສ້າງການອັບເດດແຜນງານທີ່ຄອບຄຸມຂອງເມືອງ Seattle – ແຜນງານດຽວຂອງເມືອງ Seattle. ເຂົ້າເບິ່ງ ສູນກາງການມີສ່ວນຮ່ວມໃນແຜນງານດຽວຂອງເມືອງ Seattle ຂອງ OPCD ເພື່ອຮຽນຮູ້ເພີ່ມເຕີມ ແລະ ແບ່ງປັນຄວາມຄິດເຫັນຂອງທ່ານເພື່ອເປັນແນວທາງໃຫ້ແກ່ພາບຮວມໃນອະນາຄົດຂອງເມືອງ Seattle.  

ພວກເຮົາຈະສ້າງລະບົບການຂົນສົ່ງທີ່ເຮັດວຽກໄດ້ດີຂຶ້ນສຳລັບທຸກຄົນທັງໃນປັດຈຸບັນ ແລະ ອະນາຄົດ.

ແຜນງານການຂົນສົ່ງຂອງເມືອງ Seattle (STP) ແມ່ນຄວາມມຸ່ງໝັ້ນຂອງພວກເຮົາເພື່ອການສ້າງລະບົບງານການຂົນສົ່ງທີ່ປອດໄພ, ມີປະສິດທິພາບ ແລະ ລາຄາບໍ່ແພງ.  STP ແມ່ນໂອກາດຂອງພວກເຮົາທຸກຄົນທີ່ຈະຈິນຕະນາການວ່າພວກເຮົາຕ້ອງການທີ່ຈະເດີນທາງສັນຈອນໄປໃນເມືອງແນວໃດໃນອະນາຄົດ.

ຂໍຂອບໃຈສຳລັບການແບ່ງປັນຄວາມຄິດຂອງທ່ານໃຫ້ກັບພວກເຮົາຈົນຮອດຕອນນີ້. ພວກເຮົາໄດ້ຍິນທ່ານ ແລະ ໄດ້ເລີ່ມການວາງແຜນແລ້ວ.

ທ່ານໄດ້ແບ່ງປັນແນວຄວາມຄິດຂອງທ່ານໃນແຜນທີ່ແບບໂຕ້ຕອບຂອງພວກເຮົາໃນໄລຍະທີ 1. ຕອນນີ້ທ່ານສາມາດຊ່ວຍພວກເຮົາປ່ຽນສິ່ງເຫຼົ່ານີ້ໄປສູ່ການດຳເນີນການໄດ້.

ໃນໄລຍະທີ 1, ທ່ານໄດ້ບອກພວກເຮົາ… ຈາກນັ້ນ, ພວກເຮົາ… ຕອນນີ້, ໃນໄລຍະທີ 2, ພວກເຮົາກຳລັງຂໍໃຫ້ທ່ານ… 
ລຳດັບຄວາມສຳຄັນໃນການຂົນສົ່ງຂອງທ່ານວິໄສທັດ, ເປົ້າໝາຍ ແລະ ຈຸດປະສົງຂອງ STP ທີ່ໄດ້ຮັບການພັດທະນາ ບອກພວກເຮົາວ່າທ່ານຄິດແນວໃດກ່ຽວກັບວິໄສທັດ, ເປົ້າໝາຍ ແລະ ຈຸດປະສົງ  
ວິໄສທັດຂອງທ່ານເພື່ອອະນາຄົດຂອງການຂົນສົ່ງຂອງເມືອງ Seattle ລະບຸອະນາຄົດທີ່ເປັນໄປໄດ້ສາມຢ່າງເພື່ອການຂົນສົ່ງຂອງເມືອງ Seattleບອກພວກເຮົາວ່າທ່ານຢາກເຫັນອະນາຄົດອັນໃດ  
ລະບົບການຂົນສົ່ງຂອງພວກເຮົາສາມາດເຮັດວຽກໄດ້ດີຂຶ້ນສຳລັບທຸກຄົນແນວໃດ ການດຳເນີນການທີ່ໄດ້ຮັບການພັດທະນາທີ່ພວກເຮົາສາມາດເຮັດໄດ້ເພື່ອຊ່ວຍໃຫ້ບັນລຸເປົ້າໝາຍຂອງພວກເຮົາ ບອກພວກເຮົາວ່າການດຳເນີນການໃດທີ່ທ່ານມັກ ແລະ ທ່ານຢາກໃຫ້ພວກເຮົາກ້າວໄປຂ້າງໜ້າແນວໃດ

ພວກເຮົາກຳລັງຮັບຟັງທ່ານຢູ່.


ເຂົ້າເບິ່ງ ສູນກາງການມີສ່ວນຮ່ວມທາງອອນລາຍຂອງແຜນງານການຂົນສົ່ງຂອງເມືອງ Seattle ເພື່ອທີ່ຈະມີສ່ວນຮ່ວມ ແລະ ແບ່ງປັນແນວຄວາມຄິດຂອງທ່ານ.

ພວກເຮົາຈະໃຊ້ຄຳຕອບຂອງທ່ານຕໍ່ກັບຄຳຖາມເຫຼົ່ານີ້ເພື່ອແຈ້ງການພັດທະນາແຜນງານການຂົນສົ່ງຂອງເມືອງ Seattle. ໂດຍການມີສ່ວນຮ່ວມໃນການສ້າງ STP, ທ່ານຈະຊ່ວຍໃຫ້ພວກເຮົາສ້າງລະບົບການຂົນສົ່ງທີ່ເຮັດວຽກໄດ້ດີຂຶ້ນສຳລັບທຸກຄົນ!



ຫ້ອງການແຜນງານ ແລະ ການພັດທະນາຊຸມຊົນ (OPCD) ຍັງຂໍຄວາມຄິດເຫັນຂອງທ່ານໃນ ການອັບເດດແຜນງານທີ່ຄອບຄຸມຂອງເມືອງ Seattle – ແຜນງານດຽວຂອງເມືອງ Seattle.

ແຜນງານດຽວຂອງເມືອງ Seattle ຈະສຳຫຼວດແນວຄວາມຄິດໃໝ່ໆວ່າເມືອງ Seattle ຈະສາມາດມີຄວາມສະເໝີພາບ, ລາຄາບໍ່ແພງ ແລະ ທົນທານຕໍ່ສະພາບອາກາດເພີ່ມຂຶ້ນໄດ້ແນວໃດ. ແນວຄວາມຄິດສ່ວນໜຶ່ງທີ່ທາງ OPCD ກຳລັງເບິ່ງຮວມມີ: 

  • ການສ້າງສູນກາງຕົວເມືອງໃໝ່ ຫຼື ໝູ່ບ້ານໃໝ່—ບ່ອນທີ່ມີຮ້ານຄ້າ ແລະ ບ່ອນຢູ່ອາໄສເພີ່ມຂຶ້ນສຳລັບຄົນຫຼາຍຄົນ ຫຼື ຫຼາຍຄອບຄົວ (ເຊັ່ນ: ອາພາດເມັນ ຫຼື ເຮືອນທາວເຮົາ) ໃນສະຖານທີ່ຕ່າງໆ ເຊັ່ນໃກ້ກັບສະຖານີລົດໄຟລາງເບົາໃນອະນາຄົດ  
  • ການສະໜັບສະໜູນຄຸ້ມບ້ານໃກ້ຄຽງທີ່ສົມບູນຍິ່ງຂຶ້ນໃນທົ່ວຕົວເມືອງທີ່ຈະໃຫ້ຜູ້ຢູ່ອາໄສສາມາດຊື້ເຄື່ອງ, ໃຊ້ບໍລິການ ແລະ ການຂົນສົ່ງໃນໄລຍະທີ່ຍ່າງໄປໄດ້ຫຼາຍຂຶ້ນ. 
  • ຍຸດທະສາດທີ່ເປັນການສະໜັບສະໜູນທີ່ຊ່ວຍໃຫ້ມີຕົວເລືອກດ້ານທີ່ຢູ່ອາໄສທີ່ຫຼາກຫຼາຍຍິ່ງຂຶ້ນໃນຄຸ້ມບ້ານໃກ້ຄຽງເພື່ອເພີ່ມການເຂົ້າເຖິງສວນສາທາລະນະ ແລະ ໂຮງຮຽນ ພ້ອມທັງເຮືອນຂະໜາດສຳລັບຄອບຄົວ ແລະ ໂອກາດໃນການເປັນເຈົ້າຂອງເຮືອນທີ່ມີລາຄາບໍ່ແພງ  
  • ການພັດທະນາເຄື່ອງມືໃໝ່ເພື່ອສະໜັບສະໜູນຊຸມຊົນທີ່ກຳລັງປະເຊີນກັບແຮງກົດດັນຈາກການຖືກບັງຄັບໃຫ້ອອກໄປຈາກບ່ອນຢູ່ ແລະ ຮັບປະກັນວ່າການເຂົ້າເຖິງເຮືອນ ແລະ ອາຊີບຈະຄອບຄຸມເພີ່ມຂຶ້ນສຳລັບຄົນທຸກເຊື້ອຊາດ ແລະ ສະຖານະທາງເສດຖະກິດ 
  • ເຂົ້າເບິ່ງ ສູນກາງການມີສ່ວນຮ່ວມໃນແຜນງານດຽວຂອງເມືອງ Seattle ຂອງ OPCD ເພື່ອຮຽນຮູ້ເພີ່ມເຕີມ ແລະ ແບ່ງປັນຄວາມຄິດເຫັນຂອງທ່ານເພື່ອເປັນແນວທາງໃຫ້ແກ່ພາບຮວມໃນອະນາຄົດຂອງເມືອງ Seattle. 

ຮຽນຮູ້ເພີ່ມເຕີມກ່ຽວກັບ STP ແລະ ແບ່ງປັນແນວຄິດຂອງທ່ານເປັນພາສາທີ່ທ່ານຖະນັດ: