Find Posts By Topic

ແຜນງານການຂົນສົ່ງເມືອງ Seattle | ຮ່າງແຜນງານການຂົນສົ່ງເມືອງ Seattle ພ້ອມ​ໃຫ້ທ່ານ​ທົບ​ທວນ​ເບິ່ງ​ແລ້ວ​!  

_____ 

ບົດສະຫຼຸບ  

  • ພວກເຮົາໄດ້ລວມເອົາສິ່ງທີ່ພວກເຮົາໄດ້ຍິນຈາກທ່ານ ແລະ ເພື່ອນບ້ານໃນລະແວກໃກ້ຄຽງຂອງທ່ານໃນໄລຍະ 18 ເດືອນທີ່ຜ່ານມາເຂົ້າໃນຮ່າງແຜນງານການຂົນສົ່ງເມືອງ Seattle. 
  • ຮ່າງ STP ແມ່ນວິໄສທັດ 20 ປີສໍາລັບອະນາຄົດຂອງຖະໜົນຫົນທາງ, ທາງຍ່າງ ແລະ ພື້ນທີ່ສາທາລະນະຂອງເມືອງ Seattle ເຊິ່ງໄດ້ຮັບການບອກເລົ່າຈາກຫຼາຍພັນຄົນທີ່ອາໄສຢູ່, ເຮັດວຽກ ແລະ ເຮັດກິດຈະກຳສັນທະນາການໃນເມືອງ Seattle. 
  • ທ່ານສາມາດຮຽນຮູ້ ແລະ ທົບທວນຮ່າງ STP ໄດ້ຫຼາຍວິທີທີ່ Seattle Transportation Plan Online Engagement Hub
    • ເບິ່ງວິດີໂອກ່ຽວກັບ STP 
    • ທົບທວນ STP At-A-Glance 
    • ທົບທວນຮ່າງ STP ທັງໝົດ 
  • ຫຼັງຈາກທີ່ທ່ານທົບທວນຮ່າງ STP ແລ້ວ ພວກເຮົາຢາກໄດ້ຍິນຄວາມຄິດເຫັນຈາກທ່ານເພື່ອຊ່ວຍໃຫ້ພວກເຮົາສາມາດນຳໄປປັບປຸງພັດທະນາໄດ້. ແບ່ງປັນຄວາມຄິດເຫັນຂອງທ່ານພາຍໃນວັນທີ 23 ຕຸລາ! 

_____ 

ພວກເຮົາໄດ້ໃຊ້ສິ່ງທີ່ພວກເຮົາໄດ້ຍິນຈາກທ່ານ ແລະ ເພື່ອນບ້ານໃນລະແວກໃກ້ຄຽງຂອງທ່ານໃນໄລຍະ 18 ເດືອນທີ່ຜ່ານມາໃນການພັດທະນາຮ່າງແຜນງານການຂົນສົ່ງເມືອງ Seattle (STP). 

ພວກເຮົາຢາກໄດ້ຍິນຄວາມຄິດເຫັນຈາກສະມາຊິກທຸກຄົນໃນຊຸມຊົນ ໂດຍສະເພາະຜູ້ທີ່ພວກເຮົາບໍ່ເຄີຍໄດ້ຍິນມາກ່ອນ ເພື່ອສ້າງແຜນງານການຂົນສົ່ງທີ່ສະທ້ອນໃຫ້ເຫັນຄວາມຕ້ອງການຂອງທຸກໆຄົນ. ພວກທ່ານຫຼາຍພັນຄົນໄດ້ກ້າວອອກມາແບ່ງປັນປະສົບການ, ຄ່ານິຍົມ, ສິ່ງທ້າທາຍ ແລະ ແນວຄວາມຄິດຂອງພວກທ່ານ.   

ຂໍຂອບໃຈທຸກທ່ານທີ່ແບ່ງປັນຂໍ້ມູນ ແລະ ຄວາມຄິດເຫັນກັບພວກເຮົາໃນລະຫວ່າງກະບວນການນີ້! ຂໍ້ມູນຂອງທ່ານໄດ້ຊ່ວຍໃນການກຳນົດຮ່າງແຜນງານການຂົນສົ່ງເມືອງ Seattle.  

ຕອນນີ້ພວກເຮົາຂໍໃຫ້ທ່ານທົບທວນຮ່າງ STP ແລະ ແບ່ງປັນຄວາມຄິດເຫັນ!  ທ່ານສາມາດຮຽນຮູ້ກ່ຽວກັບແຜນງານໄດ້ຫຼາຍວິທີ ເຊັ່ນ ໂດຍການເບິ່ງ ຫຼື ຟັງວິດີໂອ, ເຂົ້າຮ່ວມກິດຈະກໍາ, ການທົບທວນບົດສະຫຼຸບ STP ຫຼື ແມ້ກະທັ້ງການອ່ານແຜນງານທັງໝົດ. 

ເຂົ້າເບິ່ງ Seattle Transportation Plan Online Engagement Hub ເພື່ອຮຽນຮູ້ ແລະ ທົບທວນຮ່າງແຜນງານການຂົນສົ່ງເມືອງ Seattle. ​ທ່ານ​ສາມາດມີສ່ວນ​ຮ່ວມ ​ແລະ​ ແບ່ງ​ປັນ​ຄວາມຄິດເຫັນຂອງ​ທ່ານໄດ້ຫຼາຍ​ວິ​ທີ ບໍ່​ວ່າ​ທ່ານ​ຈະ​ມີເວລາ 10 ນາ​ທີ, 20 ນາ​ທີ ຫຼື​ ຫຼາຍ​ກວ່າໜຶ່ງ​ຊົ່ວ​ໂມງກໍ່ຕາມ: 

  • ເບິ່ງວິດີໂອກ່ຽວກັບ STP 
  • ທົບທວນ STP At-A-Glance 
  • ທົບທວນຮ່າງ STP ທັງໝົດ 

ສຶກສາເພີ່ມເຕີມກ່ຽວກັບ STP: