Find Posts By Topic

ແຜນງານການຂົນສົ່ງຂອງເມືອງ Seattle | ພວກເຮົາຕ້ອງການທີ່ຈະໄດ້ຍິນກ່ຽວກັບຄວາມຕ້ອງການ ແລະ ລຳດັບຄວາມສຳຄັນຂອງທ່ານ. ເຮັດແບບສຳຫຼວດໃໝ່ຂອງພວກເຮົາ, ມາເຂົ້າຮ່ວມກິດຈະກຳທີ່ຈະຈັດຂຶ້ນ ແລະ ບອກພວກເຮົາວ່າທ່ານເຫັນວ່າສະຖານທີ່ໃດທີ່ຄວນປ່ຽນແປງ.


ສະຫຼຸບ

  • ຂໍເຊີນເຂົ້າ​ຮ່ວມກັບ​ພວກ​ເຮົາ! ພວກເຮົາກຳລັງຈິນຕະນາການຮ່ວມກັນເຖິງວິທີທີ່ພວກເຮົາເດີນທາງສັນຈອນໄປໃນເມືອງ ແລະ ເພີດເພີນໄປກັບຖະໜົນ ແລະ ພື້ນທີ່ສາທາລະນະຂອງພວກເຮົາ.
  • ພວກເຮົາຢູ່ໃນຮອບທຳອິດຂອງການເຜີຍແຜ່ໃຫ້ຄວາມຮູ້ກັບຊຸມຊົນຂອງເຮາ. ກະລຸນາບອກພວກເຮົາກ່ຽວກັບຄວາມຕ້ອງການ ແລະ ລຳດັບຄວາມສຳຄັນໃນການເດີນທາງສັນຈອນຂອງທ່ານ!
  • ທ່ານສາມາດຊ່ວຍພວກເຮົາພັດທະນາແຜນງານການຂົນສົ່ງຂອງເມືອງ Seattle ໄດ້ຫຼາຍວິທີ. ເຂົ້າເບິ່ງສູນກາງການມີສ່ວນຮ່ວມທາງອອນລາຍຂອງແຜນງານການຂົນສົ່ງຂອງເມືອງ Seattle ເພື່ອມີສ່ວນຮ່ວມຕອນນີ້ເລີຍ.
  • ຫ້ອງການແຜນການ ແລະ ການພັດທະນາຊຸມຊົມ (OPCD) ຍັງຂໍຄວາມຊ່ວຍເຫຼືອຈາກທ່ານເພື່ອສ້າງການອັບເດດແຜນການທີ່ສົມບູນແບບຂອງເມືອງ Seattle ນຳອີກ. ແຜນນີ້ເອີ້ນວ່າແຜນດຽວຂອງເມືອງ Seattle (One Seattle Plan).

ຂໍເຊີນເຂົ້າ​ຮ່ວມກັບ​ພວກ​ເຮົາ! ພວກເຮົາກຳລັງຮ່ວມກັນກຳນົດວິທີເດີນທາງສັນຈອນໄປໃນເມືອງ ແລະ ເພີດເພີນໄປກັບຖະໜົນ ແລະ ພື້ນທີ່ສາທາລະນະຂອງພວກເຮົາ.

ແຜນງານການຂົນສົ່ງຂອງເມືອງ Seattle (STP) ແມ່ນຄວາມມຸ່ງໝັ້ນຂອງພວກເຮົາເພື່ອການສ້າງລະບົບການຂົນສົ່ງທີ່ປອດໄພ, ມີປະສິດທິພາບ ແລະ ລາຄາບໍ່ແພງ.  STP ແມ່ນໂອກາດຂອງພວກເຮົາທຸກຄົນທີ່ຈະຈິນຕະນາການວ່າພວກເຮົາຕ້ອງການທີ່ຈະເດີນທາງສັນຈອນໄປໃນເມືອງແນວໃດໃນອະນາຄົດ.

STP ຈະແນະນຳການລົງທຶນດ້ານການຂົນສົ່ງທ້ອງຖິ່ນໃນອີກ 20 ປີຂ້າງໜ້າ, ສະນັ້ນພວກເຮົາຈຶ່ງຕ້ອງການໄດ້ຍິນຄຳເຫັນຈາກທ່ານ!

ທ່ານສາມາດຊ່ວຍພັດທະນາແຜນງານການຂົນສົ່ງຂອງເມືອງ Seattle ໄດ້ຫຼາຍວິທີ!

  • ພວກເຮົາໄດ້ເລີ່ມຕົ້ນເຜີຍແຜ່ໃຫ້ຄວາມຮູ້ກັບຊຸມຊົນຮອບທຳອິດແລ້ວ. ກະລຸນາບອກພວກເຮົາກ່ຽວກັບຄວາມຕ້ອງການ ແລະ ລຳດັບຄວາມສຳຄັນໃນການຂົນສົ່ງຂອງທ່ານ.
  • ທ່ານສາມາດເຮັດແບບສຳຫຼວດໃໝ່ຂອງພວກເຮົາ, ມາເຂົ້າຮ່ວມກິດຈະກຳທີ່ຈະຈັດຂຶ້ນ ແລະ ບອກພວກເຮົາວ່າທ່ານເຫັນວ່າສະຖານທີ່ໃດໃນເມືອງ Seattle ທີ່ຄວນປ່ຽນແປງ.
  • ເຂົ້າເບິ່ງສູນກາງການມີສ່ວນຮ່ວມທາງອອນລາຍຂອງແຜນງານການຂົນສົ່ງຂອງເມືອງ Seattle ເພື່ອມີສ່ວນຮ່ວມຕອນນີ້ເລີຍ.

ພວກເຮົາຈະຮ່ວມກັນສ້າງລະບົບການຂົນສົ່ງທີ່ເຮັດວຽກໄດ້ດີຂຶ້ນສຳລັບທຸກຄົນໃນປັດຈຸບັນ ແລະ ອະນາຄົດ.

ຈາກນີ້ຈົນຮອດລະດູຮ້ອນ 2022, ພວກເຮົາຈະເຮັດວຽກຮ່ວມກັບທ່ານ ແລະ ຄູ່ຮ່ວມງານຂອງອົງການຈັດຕັ້ງໃນຊຸມຊົນ. ພວກເຮົາຫວງວ່າຈະເຂົ້າໃຈຄວາມຕ້ອງການ ແລະ ລຳດັບຄວາມສຳຄັນດ້ານການຂົນສົ່ງຂອງທ່ານ.

ສິ່ງທີ່ພວກເຮົາຢາກຮູ້:

  • ເມື່ອທ່ານຄິດກ່ຽວກັບອະນາຄົດຂອງການຂົນສົ່ງໃນເມືອງ Seattle, ທ່ານຫວັງຢາກຈະເຫັນຫຍັງ? ສິ່ງທີ່ສຳຄັນສຳລັບທ່ານແມ່ນຫຍັງ?
  • ເມື່ອທ່ານເດີນທາງສັນຈອນໄປໃນເມືອງ Seattle, ທ່ານພົບກັບຄວາມທ້າທາຍຫຍັງແດ່? ສິ່ງທີ່ຈະເຮັດໃຫ້ການເດີນທາງສັນຈອນງ່າຍຂຶ້ນແມ່ນຫຍັງ?

ເຂົ້າເບິ່ງ ສູນກາງການມີສ່ວນຮ່ວມທາງອອນລາຍຂອງແຜນງານການຂົນສົ່ງຂອງເມືອງ Seattle ເພື່ອຕອບຄຳຖາມເຫຼົ່ານີ້ ແລະ ອື່ນໆເພີ່ມເຕີມ.

ຄຳຕອບຂອງທ່ານຈະຊ່ວຍສ້າງພື້ນຖານຂອງແຜນງານການຂົນສົ່ງຂອງເມືອງ Seattle. ໃນລະດູໃບໄມ້ຫຼົ່ນ 2022, ພວກເຮົາຈະກັບມາຫາທ່ານພ້ອມກັບສິ່ງທີ່ພວກເຮົາໄດ້ຍິນ ແລະ ຄຳຖາມເພີ່ມເຕີມ. ໃນລະດູໃບໄມ້ປົ່ງ 2023, ພວກເຮົາຈະແບ່ງປັນສະບັບຮ່າງຂອງແຜນກັບທ່ານ.

ຫ້ອງການແຜນການ ແລະ ການພັດທະນາຊຸມຊົນ (OPCD) ຍັງຂໍໃຫ້ທ່ານມີຄຳຄິດເຫັນໃນເລື່ອງ ການອັບເດດແຜນງານທີ່ສົມບູນແບບຂອງເມືອງ Seattle ນຳອີກ. ແຜນນີ້ເອີ້ນວ່າແຜນດຽວຂອງເມືອງ Seattle (One Seattle Plan).

ແຜນດຽວຂອງເມືອງ Seattleຈະເປັນແນວທາງໃນການຕັດສິນໃຈທີ່ສຳຄັນເຊັ່ນ:

  • ທີ່ຢູ່ອາໄສ ແລະ ແຫຼ່ງການຈ້າງງານ
  • ສະຖານທີ່ ແລະ ວິທີທີ່ພວກເຮົາລົງທຶນໃນການຂົນສົ່ງ, ສາທາລະນູປະໂພກຕ່າງໆ, ສວນສາທາລະນະ ແລະ ອື່ນໆ.

ເປົ້າໝາຍແມ່ນເພື່ອສ້າງເມືອງ Seattle ໃຫ້ມີຄວາມສະເໝີພາບ, ມີຊີວິດຊີວາ, ມີຄວາມຍືນຍົງ ແລະ ຍືດຫຍຸ່ນຫຼາຍຂຶ້ນ.

ເຂົ້າເບິ່ງ ສູນກາງການມີສ່ວນຮ່ວມໃນແຜນດຽວຂອງເມືອງ Seattle ຂອງ OPCD ເພື່ອສຶກສາເພີ່ມເຕີມ ແລະ ແບ່ງປັນຂໍ້ມູນຂອງທ່ານເພື່ອເປັນແນວທາງໃຫ້ແກ່ພາບຮວມໃນອະນາຄົດຂອງເມືອງ Seattle.


ສຶກສາເພີ່ມເຕີມກ່ຽວກັບ STP ແລະ ແບ່ງປັນແນວຄິດຂອງທ່ານເປັນພາສາທີ່ທ່ານຖະນັດ: