Find Posts By Topic

ແຜນງານການຂົນສົ່ງເມືອງ Seattle | ແຜນງານການຂົນສົ່ງທີ່ທ່ານນາຍົກເທດສະມົນຕີ Bruce Harrell ແນະນຳໃຫ້ສະພາເທດສະບານເມືອງເພື່ອນຳໄປໃຊ້ 

People walking in the U District neighborhood.

ບົດສະຫຼຸບ 

ຫຼັງຈາກສອງປີຂອງການມີສ່ວນພົວພັນຂອງປະຊາຊົນ ພວກເຮົາໄດ້ພັດທະນາແຜນງານການຂົນສົ່ງເມືອງ Seattle ທີ່ແນະນໍາ ແລະ ແບ່ງປັນກັບສະພາເທດສະບານເມືອງແລ້ວໃນມື້ນີ້. 

ແຜນງານການຂົນສົ່ງເມືອງ Seattle ແມ່ນວິໄສທັດ 20 ປີສໍາລັບອະນາຄົດຂອງຖະໜົນ, ທາງຍ່າງ ແລະ ພື້ນທີ່ສາທາລະນະຂອງເມືອງ Seattle ທີ່ໄດ້ຮັບແຈ້ງຈາກປະຊາຊົນຫຼາຍພັນຄົນທີ່ອາໄສຢູ່, ເຮັດວຽກ ແລະ ເຮັດກິດຈະກຳໃນເມືອງ Seattle. ແຜນງານການຂົນສົ່ງເມືອງ Seattle ກຳນົດວິໄສທັດ, ເປົ້າຫມາຍ, ຄວາມເຄື່ອນໄຫວທີ່ສໍາຄັນ ແລະ ຄໍາແນະນໍາສໍາລັບລະບົບການຂົນສົ່ງທີ່ເໝາະສົມກັບເມືອງຂອງພວກເຮົາທັງໃນປັດຈຸບັນ ແລະ ໃນອະນາຄົດ. ແຜນງານນີ້ຈະແຈ້ງໃຫ້ຮູ້ ແລະ ຊ່ວຍກຳນົດທຸກຢ່າງຕັ້ງແຕ່ການລະດົມທຶນດ້ານການຂົນສົ່ງໃນອະນາຄົດໄປຈົນຮອດໂຄງການ ແລະ ໂປຣແກຣມຕ່າງໆທີ່ຍົກລະດັບວິທີທີ່ພວກເຮົາເພີດເພີນກັບພື້ນທີ່ສາທາລະນະ ແລະ ການເດີນທາງໄປທົ່ວເມືອງ. 

ແຜນງານການຂົນສົ່ງເມືອງ Seattle ໄດ້ສຸມໃສ່ເປົ້າຫມາຍຫຼັກທີ່ສໍາຄັນສໍາລັບເມືອງ Seattle ດັ່ງຕໍ່ໄປນີ້: 

  • ຄວາມປອດໄພ 
  • ຄວາມສະເໝີພາບ 
  • ຄວາມຍືນຍົງ 
  • ຄວາມຄ່ອງຕົວ ແລະ ຄວາມສາມາດໃນການຢູ່ຮອດທາງເສດຖະກິດ 
  • ຄວາມໜ້າຢູ່ອາໄສ 
  • ການບໍາລຸງຮັກສາ ແລະ ຄວາມທັນສະໄຫມ 

ໃນລະດູໃບໄມ້ຫຼົ່ນປີ 2023 ພວກເຮົາໄດ້ຮ້ອງຂໍໃຫ້ມີຄໍາຕິຊົມຂອງປະຊາຊົນກ່ຽວກັບຮ່າງແຜນງານການຂົນສົ່ງເມືອງ Seattle.  

ເຊິ່ງລວມເຖິງການມີສ່ວນພົວພັນທາງອອນລາຍໃນທົ່ວເມືອງ, ການເຂົ້າຮ່ວມກິດຈະກໍາແບບພົບໜ້າ ແລະ ການເຮັດວຽກຮ່ວມກັບ ພະແນກປະສານງານຊຸມຊົນຂອງຊຸມຊົນໃນລະແວກໃກ້ຄຽງ ເພື່ອດໍາເນີນການເຜີຍແຜ່ທີ່ສຸມໃສ່ຊຸມຊົນດັ່ງຕໍ່ໄປນີ້: BIPOC (ຄົນຜິວສີ, ຄົນພື້ນເມືອງ ແລະ ຄົນຜິວສີອື່ນໆ), ຜູ້ທີ່ມີລາຍໄດ້ຕ່ຳ, ຄົນເຂົ້າເມືອງ ແລະ ຄົນອົບພະຍົບ, ຜູ້ສູງອາຍຸ, ແມ່ຍິງ, ຜູ້ທີ່ປະສົບກັບການຂາດທີ່ຢູ່ອາໃສ ຫຼື ຄວາມບໍ່ຫມັ້ນຄົງດ້ານທີ່ຢູ່ອາໄສ ແລະ ຜູ້ທີ່ມີຄວາມພິການ.  

ຂັ້ນຕອນຫຼາຍຢ່າງຂອງລັດຖະບານເກີດຂຶ້ນໂດຍທຸກຝ່າຍມີໂອກາດເທົ່າທຽມກັນໃນການສະແດງຄຳຄິດເຫັນແລະເຮັດວຽກຮ່ວມກັນ ບໍ່ວ່າຈະແບບພົບໜ້າ ຫຼື ທາງອອນລາຍ. ການສ້າງ STP ແມ່ນແຕກຕ່າງກັນເພາະວ່າເຈົ້າໜ້າທີ່ຂອງພວກເຮົາມີຄວາມຕັ້ງໃຈທີ່ຈະນຳໂອກາດທີ່ເທົ່າທຽມກັນໄປຫາຜູ້ທີ່ຍັງບໍ່ຮູ້ວ່າມີການເປີດໂອກາດໃຫ້ເຂົ້າຮ່ວມ. ໂດຍໃຊ້ວິທີການທີ່ເປັນນະວັດຕະກຳຈາກໂຄງຮ່າງຄວາມສະເໝີພາບດ້ານການຂົນສົ່ງ (Transportation Equity Framework) ຂອງພວກເຮົາ ພວກເຮົາໄດ້ຈັດການສົນທະນາໃນຫຼາຍສະຖານທີ່ ແລະ ຫຼາຍພາສາກັບກຸ່ມຄົນ, ສະມາຊິກໃນຊຸມຊົນ ແລະ ທຸລະກິດທີ່ຫຼາກຫຼາຍທີ່ບໍ່ເຄີຍມີສ່ວນຮ່ວມໃນຂັ້ນຕອນດັ່ງກ່າວມາກ່ອນ. ພວກ​ເຮົາ​ຮູ້ສຶກເປັນ​ກຽດ​ທີ່​ໄດ້​ພົບ​ປະ​ກັບ​ສະ​ມາ​ຊິກ​ທົ່ວ​ຊຸມ​ຊົນທີ່ແຕກຕ່າງດ້ານອັດຕາລັກທາງ​​ສັງ​ຄົມ, ພາ​ສາ ແລະ ​ປະ​ສົບ​ການ​ທາງວັດ​ທະ​ນະ​ທໍາ. ພວກເຮົາໄດ້ຈັດການສົນທະນາກັບກຸ່ມຊຸມຊົນຊົນພື້ນເມືອງ ແລະ ຜູ້ອົບພະຍົບໃນເມືອງຂອງພວກເຮົາ, ຮັບຟັງຫົວຂໍ້ຕ່າງໆທີ່ລວມເຖິງການເຄົາລົບລະບົບນິເວດຂອງເມືອງ, ການປັບປຸງຄວາມປອດໄພສໍາລັບຜູ້ເດີນທາງທີ່ມີຄວາມສ່ຽງທີ່ສຸດຂອງພວກເຮົາ ແລະ ການແກ້ໄຂການຕັດສິນໃຈວາງແຜນການຂົນສົ່ງທີ່ຜ່ານມາໃນອະດີດທີ່ເຮັດໃຫ້ຊຸມຊົນແຕກແຍກ ແທນທີ່ຈະເຮັດໃຫ້ຄົນຢູ່ຮ່ວມກັນໄດ້. – Greg Spotts ຜູ້ອໍານວຍການ SDOT  

ພວກເຮົາຂໍຂອບໃຈຜູ້ທີ່ໄດ້ຊ່ວຍພວກເຮົາກຳນົດແຜນງານໂດຍການໃຫ້ຄໍາເຫັນຫຼາຍກວ່າ 1,300 ຄຳເຫັນກ່ຽວກັບແຜນງານ ແລະ ຫຼາຍກວ່າ 1,000 ຄໍາເຫັນກ່ຽວກັບໂຄງການ ແລະ ໂປຣແກຣມ. 

ນີ້ແມ່ນບາງສ່ວນທີ່ພວກເຮົາໄດ້ຍິນ:  

  • STP ຄວນມີຄວາມກ້າຫານ ແລະ ງ່າຍຕໍ່ການດຳເນີນການ. 
  • ຄວາມປອດໄພຄວນຈະເປັນຈຸດສົນໃຈຫຼັກຂອງພວກເຮົາ ແລະ ເປັນສິ່ງທີ່ພວກເຮົາໃຫ້ຄວາມສໍາຄັນ. 
  • ມາຮ່ວມເຮັດວຽກກ່ຽວກັັບການແກ້ໄຂບັນຫາການປ່ຽນແປງສະພາບດິນຟ້າອາກາດກັນເຖາະ. 
  • ພວກເຮົາຕ້ອງການໃຫ້ແນ່ໃຈວ່າຖະໜົນ ແລະ ພື້ນທີ່ສາທາລະນະຂອງພວກເຮົາສາມາດຮອງຮັບເສດຖະກິດທ້ອງຖິ່ນທີ່ເຂັ້ມແຂງໄດ້. 
  • ພວກເຮົາຈໍາເປັນຕ້ອງພິຈາລະນາປັດໄຈ ແລະ ຂໍ້ແລກປ່ຽນທັງໝົດທີ່ກ່ຽວຂ້ອງໃນການຕັດສິນໃຈເລືອກວິທີທີ່ພວກເຮົາໃຊ້ຖະໜົນຂອງພວກເຮົາ. 
  • ມາຮ່ວມເຮັດໃຫ້ການດຳເນີນງານມີຄວາມສະເພາະເຈາະຈົງ ແລະ ກຳນົດວິທີທີ່ພວກເຮົາວັດແທກຄວາມກ້າວໜ້າໃຫ້ຊັດເຈນ. 
  • ພວກເຮົາຈຳເປັນຕ້ອງໃຫ້ໂອກາດແກ່ທ່ານຫຼາຍຂຶ້ນໃນການມີສ່ວນຮ່ວມ ແລະ ສະແດງຄວາມຄິດເຫັນຂອງທ່ານ. 
  • ທ່ານຢາກໃຫ້ພວກເຮົາປ່ຽນແປງຢ່າງໄວວາເພື່ອປັບປຸງລະບົບການຂົນສົ່ງຂອງພວກເຮົາໃນຂະນະທີ່ຍັງຄົງຮັກສາສິ່ງທີ່ພວກເຮົາມີໃຫ້ຢູ່ໃນສະພາບທີ່ດີ. 

ທີ່ສໍາຄັນ ພວກເຮົາຍັງຂໍຂອບໃຈພັນທະມິດອົງການຈັດຕັ້ງໃນຊຸມຊົນຂອງພວກເຮົາສໍາລັບການນໍາພາ ແລະ ຄວາມຮ່ວມມືຂອງເຂົາເຈົ້າໃນການພັດທະນາແຜນງານການຂົນສົ່ງເມືອງ Seattle. 

ຂ້າງລຸ່ມນີ້ແມ່ນລາຍຊື່ພັນທະມິດອົງການຈັດຕັ້ງໃນຊຸມຊົນທັງໝົດໃນວຽກງານນີ້: 

ພວກເຮົາຮັບຟັງຄໍາຄິດເຫັນຂອງຊຸມຊົນ ແລະ ເຮັດການປ່ຽນແປງທີ່ສຳຄັນບາງຢ່າງຕໍ່ກັບແຜນງານການຂົນສົ່ງເມືອງ Seattle.  

ນີ້ແມ່ນຍຸດທະສາດຫຼັກໃໝ່ທີ່ພວກເຮົາໄດ້ເພີ່ມເຕີມເຂົ້າມາ. 

  • ຄວາມປອດໄພ: ພວກເຮົາຕ້ອງການເຮັດໃຫ້ແນ່ໃຈວ່າເຄືອຂ່າຍການຂົນສົ່ງຂອງພວກເຮົາມີຄວາມທົນທານ ແລະ ກຽມພ້ອມສໍາລັບເຫດການສຸກເສີນ. 
  • ການບັງຄັບໃຊ້ທີ່ບໍ່ມີການລົງໂທດ: ພວກເຮົາກຳລັງສະໜັບສະໜູນການປ່ຽນແປງວິທີການນຳໃຊ້ກົດໝາຍຈະລາຈອນ. ພວກເຮົາບໍ່ຕ້ອງການທີ່ຈະສຸມໃສ່ການລົງໂທດ. ສິ່ງນີ້ຊ່ວຍເຮັດໃຫ້ຖະໜົນຂອງພວກເຮົາປອດໄພຂຶ້ນ ພ້ອມກັບຫຼຸດຜ່ອນອັນຕະລາຍຕໍ່ຊຸມຊົນໃນຂະນະດຽວກັນ.  

ພວກ​ເຮົາ​ໄດ້​ຂະຫຍາຍ​ເປົ້າ​ໝາຍ​ຂອງພວກເຮົາດ້ານຄວາມຄ່ອງຕົວໂດຍ​ຄຳນຶງເຖິງຄວາມ​ສຳຄັນ​ຂອງ​​ຄວາມສາມາດໃນການຢູ່ຮອດທາງ​ເສດຖະກິດເພື່ອ​ເນັ້ນ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ນຳພາປະຊາຊົນ ​ແລະ ສິນຄ້າ​ໄປ​ສູ່ຈູດໝາຍທີ່​ຕ້ອງການ.  

ພວກເຮົາໄດ້ຂະຫຍາຍຍຸດທະສາດການດຳເນີນງານຂອງພວກເຮົາເພື່ອໃຫ້ລາຍລະອຽດເພີ່ມເຕີມກ່ຽວກັບວິທີທີ່ພວກເຮົາຈະເຮັດໃຫ້ວິໄສທັດໃນອະນາຄົດນີ້ເປັນຈິງ. ພວກເຮົາໄດ້ເພີ່ມການດຳເນີນການເກືອບ 30 ຢ່າງທີ່ເປັນຮູບປະທຳທີ່ເອີ້ນວ່າ ການດຳເນີນການ” ເພື່ອຊ່ວຍເຮັດໃຫ້ຂັ້ນຕອນທີ່ສໍາຄັນເກີດຂຶ້ນ. ພາກນີ້ອະທິບາຍວ່າພວກເຮົາຈະເລືອກໂຄງການ ແລະ ໂປຣແກຣມເພື່ອເຮັດວຽກແນວໃດ. ພວກເຮົາແບ່ງປັນວິທີທີ່ພວກເຮົາຈະຈັດລະບຽບວຽກງານໂດຍອີງໃສ່ຊັບພະຍາກອນທີ່ມີຢູ່ ແລະ ກໍານົດວິທີທີ່ພວກເຮົາອາດຈະຈ່າຍຄ່າໃຊ້ຈ່າຍສຳລັບວຽກງານ. ສຸດທ້າຍນີ້ ພວກເຮົາເຮັດໂຄງຣ່າງວິທີທີ່ພວກເຮົາຈະຕັດສິນໃຈທີ່ສໍາຄັນໃນອະນາຄົດ. 

ຕໍ່ໄປ ສະພາເທດສະບານເມືອງຈະພິຈາລະນາແຜນໃນການນຳເອົາແຜນງານໄປໃຊ້. 

ພວກ​ເຮົາ​ຫວັງ​ວ່າ​ທ່ານ​ຈະ​ສືບ​ຕໍ່​ເຫັນ​ສຽງ​ຂອງ​ທ່ານ ແລະ​ ຂອງເພື່ອນ​ບ້ານ​ຂອງ​ທ່ານ​ທີ່​ສະ​ທ້ອນ​ໃຫ້​ເຫັນ​ໃນ​ແຜນ​ງານ​ນີ້. 

ທ່ານສາມາດຕິດຕໍ່ສື່ສານກັບສະພາເທດສະບານເມືອງ ແລະ ສະແດງຄຳຄິດເຫັນຂອງທ່ານກ່ຽວກັບແຜນງານການຂົນສົ່ງເມືອງ Seattle ໂດຍການສົ່ງຄໍາຄິດເຫັນເປັນລາຍລັກອັກສອນ ຫຼື ໂດຍການເຂົ້າຮ່ວມໃນຊ່ວງສະແດງຄໍາຄິດເຫັນສາທາລະນະໃນລະຫວ່າງການປະຊຸມສະພາເທດສະບານເມືອງທີ່ຈະມີຂຶ້ນໃນວັນທີ 5 ມີນານີ້. ທ່ານຍັງສາມາດສົ່ງອີເມວຫາສະພາເທດສະບານເມືອງໄດ້ໂດຍກົງເຊັ່ນກັນ. ທ່ານສາມາດຮຽນຮູ້ວິທີເຂົ້າຮ່ວມການປະຊຸມເຫຼົ່ານີ້ໄດ້ເມື່ອມີວາລະດັ່ງກ່າວໃນວັນທີ 1 ມີນາຢູ່ໃນໜ້າເວັບນີ້. 

ເມື່ອນຳມາໃຊ້ແລ້ວ ແຜນງານການຂົນສົ່ງເມືອງ Seattle ຈະກາຍເປັນວິໄສທັດຂອງເມືອງ Seattle ຢ່າງເປັນທາງການສໍາລັບອະນາຄົດຂອງການຂົນສົ່ງໃນເມືອງ. 

ມີການສະເໜີໃຫ້ສ້າງ ແລະ ອັບເດດແຜນການດຳເນີນການຕາມແຜນງານການຂົນສົ່ງເມືອງ Seattle ທຸກໆ 4 ປີ ເຊິ່ງຈະຊ່ວຍໃຫ້ພວກເຮົາສາມາດປັບຕົວໃຫ້ເຂົ້າກັບເງື່ອນໄຂທາງດ້ານການເງິນທີ່ປ່ຽນແປງ, ລຳດັບຄວາມສຳຄັນຂອງຊຸມຊົນ ແລະ ບັນຫາທີ່ເກີດໃໝ່ໄດ້. ແຜນການດຳເນີນການຕາມແຜນງານການຂົນສົ່ງເມືອງ Seattle ຈະຄອບຄຸມ ແລະ ມີຈຸດປະສົງເພື່ອທົດແທນແຜນການດຳເນີນການທາງຍ່າງ, ລົດຖີບ, ການຂົນສົ່ງສາທາລະນະ ແລະ ການຂົນສົ່ງສິນຄ້າທີ່ມີການພັດທະນາຂຶ້ນໃນອະດີດ. 

ພວກເຮົາກຳລັງດຳເນີນການຕາມແຜນການຈັດຫາເງີນທຶນສຳລັບການຂົນສົ່ງເພື່ອປັບໃຫ້ເຂົ້າກັບການປ່ຽນແປງດ້ານເງິນທຶນ. ເງິນທຶນຈະເປັນສິ່ງຕັດສິນວິທີທີ່ພວກເຮົາຈະເຮັດໃຫ້ແຜນດັ່ງກ່າວເກີດຂຶ້ນໄດ້ໄວປານໃດໃນອີກ 20 ປີຂ້າງໜ້າ. ການຈັດເກັບພາສີເພື່ອຂັບເຄື່ອນເມືອງ Seattle (Levy to Move Seattle) ເຊິ່ງຈ່າຍປະມານ 30% ຂອງວຽກຂອງພວກເຮົາຈະສິ້ນສຸດລົງໃນໄວໆນີ້. ການຕໍ່ອາຍຸການຈັດເກັບພາສີຈະເປັນບາດກ້າວທໍາອິດຂອງພວກເຮົາໃນການຮັບປະກັນວ່າຈະມີເງິນທຶນເພື່ອສືບຕໍ່ປັບປຸງ ແລະ ຮັກສາລະບົບການຂົນສົ່ງຂອງເມືອງ Seattle. ກະລຸນາເຝົ້າຕິດຂໍ້ມູນເພີ່ມເຕີມກ່ຽວກັບເລື່ອງນີ້ໃນເດືອນຂ້າງຫນ້າທີ່ຈະມາຮອດ!